Washington State

Office of the Attorney General

Attorney General

Bob Ferguson

ພາບລວມ

ໜ່ວຍງານ Public Counsel (ທີ່ປຶກສາມະຫາຊົນ) ຂອງ Washington Attorney General’s Office (ຫ້ອງການໄອຍະການຂອງລັດວໍຊິງຕັນ) ເປັນຕົວແທນໃຫ້ລູກຄ້າຂອງບໍລິສັດສາທາລະນຸປະໂພກທີ່ມີການຄຸ້ມຄອງຈາກລັດ, ນັກລົງທຶນເປັນເຈົ້າຂອງໃນບັນຫາຕ່າງໆກ່ອນ Washington Utilities and Transportation Commission (WUTC, ຄະນະກໍາມະການອຸປະໂພກ ແລະ ການຂົນສົ່ງ ລັດວໍຊິງຕັນ), ສານຂອງລັດ ແລະ ສະພານິຕິບັນຍັດ. ພາລະກິດການຊີ້ນໍາຂອງພວກເຮົາແມ່ນເພື່ອຮັບປະກັນວ່າລະບົບສາທາລະນຸປະໂພກທີ່ຖືກຄວບຄຸມເກັບຄ່າອັດຕາທີ່ເໝາະສົມ ແລະ ສົມເຫດສົມຜົນ ແລະ ໃຫ້ບໍລິການທີ່ປອດໄພ ແລະ ເຊື່ອຖືໄດ້. ລະບົບສາທາລະນຸປະໂພກລວມເຖິງບໍລິສັດໂທລະຄົມເຊັ່ນ: Lumen Technologies (CenturyLink) ແລະ Frontier; ບໍລິສັດໄຟຟ້າ ແລະ ອາຍແກັສ ເຊັ່ນ: Puget Sound Energy, Avista Utilities ແລະ PacifiCorp ແລະ ບໍລິສັດອາຍແກັສເຊັ່ນ: Northwest Natural ແລະ Cascade Natural Gas.  ໜ່ວຍງານ Public Counsel ຍັງເຂົ້າຮ່ວມ ຫຼື ໄດ້ຮັບອະນຸຍາດຕາມກົດໝາຍເພື່ອເຂົ້າຮ່ວມ, ໃນເລື່ອງນໍ້າ, ການຂົນສົ່ງ ແລະ ທໍ່ສົ່ງຕໍ່ກ່ອນ WUTC. ທີມງານຂອງພວກເຮົາແມ່ນປະກອບດ້ວຍທະນາຍຄວາມສາມຄົນ, ນັກວິເຄາະດ້ານກົດລະບຽບສີ່ຄົນ, ຜູ້ຊ່ວຍທະນາຍຄວາມໜຶ່ງຄົນ ແລະ ຜູ້ຊ່ວຍທາງດ້ານກົດໝາຍສອງຄົນ.

ຄວາມເປັນມາກ່ຽວກັບ Public Counsel

ສະພານິຕິບັນຍັດໄດ້ຊີ້ນໍາ Attorney General's Office (AGO, ຫ້ອງການໄອຍະການ) ໃຫ້ "ເປັນຕົວແທນ ແລະ ປະກົດຕົວສໍາລັບປະຊາຊົນຂອງລັດວໍຊິງຕັນ" ໃນລະບຽບການຄຸ້ມຄອງພາຍໃຕ້ຫົວຂໍ້ 80 ແລະ 81 Revised Code of Washington (RCW, ກົດໝາຍສະບັບປັບປຸງ ຂອງ ລັດ ວໍຊິງຕັນ).  (RCW80.01.100, 80.04.510, and81.04.500.)  ໜ່ວຍງານ Public Counsel ເປັນຕົວແທນໃຫ້ແກ່ລູກຄ້າທີ່ຢູ່ອາໄສ ແລະ ທຸລະກິດຂະໜາດນ້ອຍຂອງລະບົບໄຟຟ້າ, ອາຍແກັສທຳມະຊາດ ແລະ ລະບົບໂທລະຄົມມະນາຄົມຕ່າງໆ ທີ່ຄວບຄຸມໂດຍລັດທີ່ດໍາເນີນທຸລະກິດໃນວໍຊິງຕັນ.  Public Counsel ບໍ່ເຂົ້າຮ່ວມໃນເລື່ອງທີ່ກ່ຽວຂ້ອງກັບລະບົບ ສາທາລະນຸປະໂພກທີ່ມະຫາຊົນເປັນເຈົ້າຂອງເຊັ່ນ: Seattle City Light ຫຼື Snohomish Public Utility District, ເນື່ອງຈາກວ່າລະບົບສາທາລະນຸປະໂພກທີ່ມະຫາຊົນເປັນເຈົ້າຂອງ ບໍ່ໄດ້ຖືກຄວບຄຸມໂດຍລັດ. Public Counsel  ມີສິດອໍານາດທາງດ້ານກົດໝາຍເພື່ອເປັນຕົວແທນ ຂອງມະຫາຊົນກ່ຽວກັບບັນຫາການຂົນສົ່ງ, ທໍ່ ແລະ ນໍ້າກ່ອນ Washington Utilities & Transportation Commission (WUTC, ຄະນະກໍາມະການອຸປະໂພກ ແລະ ການຂົນສົ່ງ ລັດວໍຊິງຕັນ): ລວມທັງບັນຫາທີ່ມີຜົນກະທົບທີ່ສໍາຄັນຕໍ່ຄວາມປອດໄພ ມະຫາຊົນ.

ກ່ຽວກັບອຸປະໂພກ, Public Counsel ສະໜັບສະໜູນຄະດີໃນນາມລູກຄ້າກ່ອນ WUTC ທີ່ກ່ຽວຂ້ອງກັບອັດຕາຂອງສາທາລະນຸປະໂພກ, ການລວມຕົວ ແລະ ການຊື້, ໂຄງການພະລັງງານທີ່ມີປະສິດທິພາບ, ຄຸນນະພາບການບໍລິການ ແລະ ບັນຫານະໂຍບາຍອື່ນໆ. ຖ້າວ່າໄດ້ປ່ຽນແປງກົດລະບຽບສາທາລະນຸປະໂພກເພື່ອປ່ຽນແປງອັດຕາຄ່າບໍລິການຂອງລູກຄ້າ, Public Counsel ຈະສືບສວນການຮ້ອງຂໍຂອງບໍລິສັດ ແລະ ມັກຈະມີຜູ້ຊ່ຽວຊານເປັນພະຍານເພື່ອວິເຄາະການປັບອັດຕາທີ່ຮ້ອງຂໍ. Public Counsel ຈະຍື່ນເອກະສານປະຈັກພະຍານທີ່ເປັນລາຍລັກອັກສອນ ຂອງພະຍານຜູ້ຊ່ຽວຊານຂອງຕົນ, ກວດກາຜ່ານພະຍານຜູ້ຊ່ຽວຊານຂອງພາກສ່ວນອື່ນໆ ແລະ ຍື່ນບົດສະຫຼຸບທາງດ້ານກົດໝາຍໃນນາມຂອງລູກຄ້າ.

Public Counsel ເຂົ້າຮ່ວມໃນກົດລະບຽບຂອງ WUTC ໂດຍການໃຫ້ຄໍາເຫັນກ່ຽວກັບຮ່າງກົດລະບຽບຂອງອົງການ ແລະ ການໃຫ້ຄໍາແນະນໍາດ້ານນະໂຍບາຍ. Public Counsel ຍັງເຂົ້າຮ່ວມໃນກຸ່ມນະໂຍບາຍດ້ານວິຊາການ ແລະ ທີ່ປຶກສາທີ່ສ້າງຕັ້ງຂຶ້ນໂດຍ UTC ຫຼື ສິ່ງອໍານວຍຄວາມສະດວກ, ຊອກຫາການທົບທວນການຕັດສິນຂອງຄະນະກໍາມະການໃນເວລາທີ່ເໝາະສົມ ແລະ ອາດຈະໃຫ້ຄໍາແນະນໍາກັບສະພານິຕິບັນຍັດ ແລະ ຜູ້ສ້າງນະໂຍບາຍອື່ນໆ.

Public Counsel ແມ່ນບໍ່ມີພະນັກງານເພື່ອຕອບສະໜອງຄໍາຮ້ອງທຸກ ຫຼື ການສອບຖາມສ່ວນບຸກຄົນ. ພວກເຮົາຊຸກຍູ້ໃຫ້ຜູ້ບໍລິໂພກທີ່ຕ້ອງການຄວາມຊ່ວຍເຫຼືອສະເພາະ (ເຊັ່ນ: ບໍລິການສະເພາະ ຫຼື ການຮ້ອງຮຽນກ່ຽວກັບການຮຽກເກັບເງິນ) ຕິດຕໍ່ກັບ Consumer Protection and Communications Section (ພາກສ່ວນປົກປ້ອງຜູ້ບໍລິໂພກ ແລະ ການສື່ສານຂອງ( WUTC. ສາມາດຕິດຕໍ່ເຂົາເຈົ້າໄດ້ທາງໂທລະສັບທີ່ເບີ 1-888-333-WUTC (9882), ທາງອີເມວທີ່ comments@utc.wa.gov ຫຼື ການຂຽນໜັງສືໄປຫາ UTC ທີ່ P.O. Box 47250, Olympia, WA 98504.

Citizen Advisory Committee

ເມື່ອອະດີດລັດຖະມົນຕີກະຊວງຍຸຕິທໍາ Ken Eikenberry ໄດ້ສ້າງຕັ້ງ Public Counsel ໃນປີ 1983, ລາວຍັງໄດ້ສ້າງຕັ້ງ Citizen Advisory Committee (CAC, ຄະນະກໍາມະການທີ່ປຶກສາພົນລະເມືອງ) ເພື່ອເຂົ້າຮ່ວມພາກສ່ວນທີ່ສໍາຄັນຂອງມະຫາຊົນ.  ສະມາຊິກຂອງ CAC ປະກອບມີທຸລະກິດຂະຫນາດນ້ອຍ, ຜູ້ລາຍໄດ້ຕໍ່າ, ຜູ້ສູງອາຍຸ ແລະ ຜູ້ຢູ່ໃນການດູແລໄລຍະຍາວ, ກຸ່ມສິ່ງແວດລ້ອມ, ແຮງງານ ແລະ ກະສິກໍາ ແລະ ພວກເຂົາເປັນຕົວແທນຂອງຜົນປະໂຫຍດທີ່ແຕກຕ່າງກັນໃນທົ່ວລັດ.  CAC ໃຫ້ຂໍ້ມູນແກ່ Public Counsel ກ່ຽວກັບຜົນປະໂຫຍດ ແລະ ຄວາມກັງວົນຂອງເຂົາເຈົ້າ. CAC ພົບກັບ  Public Counsel ທຸກໄຕມາດເພື່ອປຶກສາຫາລືກ່ຽວກັບບັນຫາ UTC ທີ່ມີຜົນກະທົບກັບຂະແໜງການທີ່ເປັນຕົວແທນ.

ຖ້າອົງການຂອງທ່ານມີຄວາມສົນໃຈໃນວຽກງານຂອງ CAC, ກະລຸນາສົ່ງອີເມວຫາ utilities@atg.wa.gov.

ຄໍາຄິດເຫັນຂອງມະຫາຊົນ.

ໂອກາດສໍາລັບມະຫາຊົນໄດ້ປະກອບຄໍາເຫັນ

Washington Utilities and Transportation Commission (WUTC, ຄະນະກໍາມະການສາທາລະນຸປະໂພກ ແລະ ການຂົນສົ່ງລັດວໍຊິງຕັນ) ຊອກຫາຄໍາຄິດຄໍາເຫັນຈາກມະຫາຊົນໃນເວລາທີ່ເຮັດການຕັດສິນໃຈກ່ຽວກັບອັດຕາ, ການບໍລິການ ແລະ ການຍື່ນນະໂຍບາຍ. ການອອກສຽງຂອງທ່ານສາມາດສ້າງຄວາມແຕກຕ່າງໄດ້. ຄໍາຄິດຄໍາເຫັນສາມາດເຮັດດ້ວຍຕົນເອງ, ໃນການພິຈາລະນາ ຄໍາຄິດຄໍາເຫັນມະຫາຊົນ, ໃນເວລາເປີດກອງປະຊຸມ, ເປັນລາຍລັກອັກສອນ, ຫຼື ໂດຍການສົ່ງແບບຟອມຄໍາເຫັນທາງອອນລາຍ. ໃນຄະດີສໍາຄັນຂອງ WUTC, ຄໍາເຫັນເປັນລາຍລັກອັກສອນ ແລະ ຄໍາເຫັນປາກເປົ່າທັງໝົດແມ່ນລວມຢູ່ໃນບັນທຶກຫຼັກຖານສໍາລັບຄະດີ.

ວິທີການສະແດງຄວາມຄິດເຫັນ

ຄວາມຄິດເຫັນຂອງຜູ້ບໍລິໂພກກ່ຽວກັບຄະດີອັດຕາ, ການລວມຕົວ, ກົດລະບຽບ, ເປີດກອງປະຊຸມ ແລະ ກໍລະນີອື່ນໆໃຫ້ຂໍ້ມູນທີ່ມີຄຸນຄ່າແກ່ຄະນະກໍາມະການ ຍ້ອນວ່າພວກເຂົາເປັນຜູ້ຕັດສິນໃຈ.  ເມື່ອໃຫ້ຄໍາຄິດເຫັນ, ທ່ານຄວນໃສ່ເລກທີ່ UTC ທະບຽນຄໍາພິພາກສາ ຂອງເລື່ອງທີ່ທ່ານກໍາລັງສະແດງຄວາມຄິດເຫັນ. ທ່ານສາມາດສົ່ງຄໍາຄິດເຫັນໂດຍການຕິດຕໍ່ຫາ Washington Utilities and Transportation Commission (WUTC, ຄະນະກໍາມະການສາທາລະນຸປະໂພກ ແລະ ການຂົນສົ່ງລັດວໍຊິງຕັນ):

  • ເປັນລາຍລັກອັກສອນທີ່: P.O. Box 47250, Olympia, WA 98504-7250

ກະລຸນາໃສ່ທີ່ຢູ່ສົ່ງເອກະສານກັບ ແລະ ລາຍລະອຽດຂອງການຍື່ນ;

  • ​ໂດຍ​ອີ​ເມວ​ທີ່ comments@utc.wa.gov;
  • ອອນລາຍໂດຍການກົດ ນີ້; ຫຼື
  • ໂດຍການໂທເບີໂທບໍ່ເສຍຄ່າ 1-888-333-WUTC (9882).

ສິ່ງທີ່ຄາດຫວັງຢູ່ໃນບ່ອນໄຕ່ສວນມະຫາຊົນ

ຄະນະກຳມາທິການ (ຄະນະກຳມາທິການສາມທ່ານທີ່ຖືກແຕ່ງຕັ້ງໂດຍເຈົ້າຄອງລັດ ແລະ ໄດ້ຮັບການຢືນຢັນຈາກ Washington State Senate (ສະພາສູງຂອງລັດວໍຊິງຕັນ)) ອາດຈະເດີນທາງໄປ ເຂດບໍລິການຂອງບໍລິສັດເພື່ອເກັບກຳຄວາມຄິດເຫັນຂອງມະຫາຊົນ ແລະ ການປະກອບຄຳຄິດເຫັນຢູ່ໃນການຮັບຟັງຄຳເຫັນຂອງມະຫາຊົນ. ທ່ານບໍ່ຈຳເປັນຕ້ອງເປັນຜູ້ຊ່ຽວຊານດ້ານກົດລະບຽບການນຳໃຊ້ເພື່ອໃຫ້ຄຳເຫັນ, ແຕ່ສາມາດອະທິບາຍງ່າຍໆວ່າຂໍ້ສະເໜີຂອງບໍລິສັດໃນຄຳຖາມຈະສົ່ງຜົນກະທົບຕໍ່ທ່ານແນວໃດ. ຄໍາເຫັນຂອງມະຫາຊົນມີຄວາມສໍາຄັນຕໍ່ຄະນະກໍາມະການເພາະວ່າຜູ້ຈ່າຍເງິນອັດຕາມີຂໍ້ມູນທີ່ມີຄຸນຄ່າກ່ຽວກັບຄຸນນະພາບຂອງການບໍລິການຂອງບໍລິສັດ. ທ່ານສາມາດເຂົ້າຮ່ວມການໄຕ່ສວນເພື່ອສັງເກດການ ຫຼື ທ່ານສາມາດເລືອກທີ່ຈະໃຫ້ຄໍາຄິດຄໍາເຫັນປາກເປົ່າຕໍ່ໜ້າຄະນະກໍາມາທິການໄດ້. ທ່ານຈະກ່າວຄຳສາບານຂອງທ່ານ ແລະ ຜູ້ລາຍງານຂອງສານຈະບັນທຶກຄຳເວົ້າຂອງທ່ານ.  ຄໍາເຫັນຫຼັງຈາກນັ້ນກາຍເປັນສ່ວນໜຶ່ງຂອງບັນທຶກຫຼັກຖານ. 

ຂໍ້ມູນກ່ຽວກັບຄະດີອັດຕາ ແລະ ການໄຕ່ສວນ

ເອກະສານຂໍ້ມູນຄະດີ Public Counsel

Washington Utilities and Transportation Commission (WUTC, ຄະນະກໍາມະການສາທາລະນຸປະໂພກ ແລະ ການຂົນສົ່ງລັດວໍຊິງຕັນ) ຈະກຳນົດເວລາ ການໄຕ່ສວນຄຳເຫັນຂອງມະຫາຊົນເປັນບາງໂອກາດ ໃນການດຳເນີນຄະດີຕ່າງກັນຕ່າງໆ. Public Counsel (ທີ່ປຶກສາມະຫາຊົນ) ກະກຽມເອກະສານຄະດີໃຫ້ລູກຄ້າ ແລະ ສະມາຊິກ ຂອງມະຫາຊົນທົ່ວໄປທີ່ຕ້ອງການເຂົ້າຮ່ວມການໄຕ່ສວນສາທາລະນະເຫຼົ່ານີ້. ເນື່ອງຈາກຂໍ້ຈຳກັດຂອງພະຍາດ COVID-19, ການໄຕ່ສວນຄຳຄິດເຫັນ ຂອງປະຊາຊົນເກີດຂຶ້ນແບບສະເໝືອນຈິງເທົ່ານັ້ນໃນເວລານີ້. ລູກຄ້າ ແລະ ສາມັນຊົນທົ່ວໄປອາດຈະເຂົ້າຮ່ວມ ແລະ ເຂົ້າຮ່ວມທາງໂທລະສັບ ຫຼື ຜ່ານຄອມພິວເຕີຂອງເຂົາເຈົ້າໂດຍໃຊ້ຂໍ້ມູນທີ່ເຊື່ອມໂຍງຢູ່ບ່ອນນີ້.

ການຊ່ວຍເຫຼືອຜູ້ບໍລິໂພກ

ຄຳຮ້ອງທຸກກ່ຽວກັບກົດລະບຽບການບໍລິການສາທາລະນຸປະໂພກ (ໂທລະຄົມມະນາຄົມ, ອາຍແກັສ ແລະ ໄຟຟ້າ)

Washington Utilities and Transportation Commission (WUTC, ຄະນະກໍາມະການສາທາລະນຸປະໂພກ ແລະ ການຂົນສົ່ງ ລັດວໍຊິງຕັນ) ຄຸ້ມຄອງອັດຕາ ແລະ ການບໍລິການຂອງອຸປະໂພກທີ່ເອກະຊົນ ຫຼື ນັກລົງທຶນເປັນເຈົ້າຂອງ ແລະ ບໍລິສັດການຂົນສົ່ງຕ່າງໆ. ສິ່ງເຫຼົ່ານີ້ລວມມີບໍລິສັດເຊັ່ນ: Avista, Puget Sound Energy, PacifiCorp, Cascade Natural Gas ແລະ NW Natural Gas. ຜູ້ຊ່ຽວຊານດ້ານການປົກປ້ອງຜູ້ບໍລິໂພກຂອງ WUTC ສາມາດຊ່ວຍເຫຼືອໃນເລື່ອງຂໍ້ຂັດແຍ້ງກ່ຽວກັບໃບບິນ, ການຮ້ອງຮຽນກ່ຽວກັບບໍລິການ, ແຈ້ງການຕັດການເຊື່ອມຕໍ່ ແລະ ອື່ນໆ. ກະລຸນາຮັບຊາບວ່າ WUTC ບໍ່ຮັບການຮ້ອງຮຽນກ່ຽວກັບ Public Utility District (PUD, ອຸປະໂພກມະຫາຊົນ ຂອງເມືອງ) ຫຼື ສາທາລະນຸປະໂພກມະຫາຊົນຂອງເຂດປົກຄອງເມືອງ. ຖ້າການບໍລິການຂອງທ່ານແມ່ນຮັບການສະໜອງໂດຍ Public Utility District ຫຼື ອຸປະໂພກມະຫາຊົນຂອງເຂດປົກຄອງເມືອງ, ທ່ານຈະຕ້ອງຕິດຕໍ່ກັບ ຜູ້ໃຫ້ບໍລິການຂອງທ່ານເພື່ອຂໍຄວາມຊ່ວຍເຫຼືອ. ສໍາລັບລາຍການລາຍລະອຽດຂອງການຮ້ອງຮຽນທີ່ UTC ຈະຮັບ, ກະລຸນາອ່ານ ເວລາທີ່ຈະໂທຫາຄະນະກໍາມະການ.

ຄຳຮ້ອງທຸກບໍ່ກ່ຽວກັບກົດລະບຽບການບໍລິການສາທາລະນຸປະໂພກ

ອຸປະໂພກທີ່ດໍາເນີນການເໝືອນກັບ  Public Utility District (PUD, ອຸປະໂພກມະຫາຊົນຂອງເມືອງ), ການຮ່ວມມື (ຮ່ວມມື) ແລະ ອຸປະໂພກຂອງເຂດປົກຄອງເມືອງແມ່ນບໍ່ໄດ້ຄວບຄຸມໂດຍ WUTC ແລະ ໜ່ວຍງານທີ່ປຶກສາ Public Counsel (ທີ່ປຶກສາມະຫາຊົນ) ບໍ່ໄດ້ກ່ຽວຂ້ອງກັບຄະດີກ່ຽວກັບປະເພດສາທາລະນຸປະໂພກເຫຼົ່ານີ້. ລູກຄ້າ PUD, ເທດສະບານ, ຫຼື ໜ່ວຍງານຮ່ວມມື ຄວນຕິດຕໍ່ກັບຜູ້ໃຫ້ບໍລິການ ຂອງພວກເຂົາໂດຍກົງກ່ຽວກັບບັນຫາການຮຽກເກັບເງິນ ຫຼື ການບໍລິການທີ່ມີຄຸນນະພາບ.  

PUD ແມ່ນບໍລິສັດຮ່ວມມືກັບເທດສະບານທີ່ດໍາເນີນການໂດຍຄະນະກໍາມະການ PUD  ທີ່ຖືກເລືອກຕັ້ງໂດຍຜູ້ທີ່ອາໄສຢູ່ໃນເມືອງ. ຖ້າທ່ານມີຄໍາຮ້ອງທຸກກ່ຽວກັບ PUD, ຕິດຕໍ່ຄະນະກໍາມະການ PUD ທ້ອງຖິ່ນຂອງທ່ານ.

ບໍລິສັດໄຟຟ້າຕ່າງໆໃນເທດສະບານ ເຊັ່ນ: Seattle City Light ເປັນເຈົ້າຂອງ ແລະ ດຳເນີນງານໂດຍເມືອງ. ຄໍາຮ້ອງທຸກກ່ຽວກັບປະເພດສາທາລະນຸປະໂພກເຫຼົ່ານີ້ຄວນຈະຖືກນໍາໄປຫາກົມຄຸ້ມຄອງເມືອງ, ເຊິ່ງປົກກະຕິແລ້ວແມ່ນສະພານະຄອນ ຫຼື ທ່ານອາດຈະຕິດຕໍ່ກັບບ່ອນສະໜອງສາທາລະນຸນຸປະໂພກໂດຍກົງ.

ການຮ່ວມມືແມ່ນ ສະມາຊິກຂອງພວກເຂົາເປັນເຈົ້າຂອງ. ໂດຍທົ່ວໄປແລ້ວ, ບຸກຄົນຕ່າງປະກອບເປັນການຫຸ້ນສ່ວນເວລາທີ່ເຂົາເຈົ້າອາໄສ ຢູ່ນອກເຂດບໍລິການຂອງຜູ້ໃຫ້ບໍລິການໄຟຟ້າອື່ນ. ການຮ້ອງທຸກຄວນຈະຖືກເຮັດໂດຍກົງກັບຜູ້ຮ່ວມງານ ຫຼື ສູນຊັບພະຍາກອນຜູ້ບໍລິໂພກ ທີ່ Attorney General’s Office (ຫ້ອງການໄອຍະການ).

ສົ່ງຄໍາຮ້ອງທຸກກັບ UTC

  • ໂທຫາເບີໂທບໍ່ເສຍຄ່າ 1-888-333-WUTC (9882);
  • ຍື່ນແບບຟອມຮ້ອງຮຽນທາງອີເລັກໂທຣນິກຢູ່ ນີ້;
  • ​ໂດຍ​ອີ​ເມວ​ທີ່ consumer@utc.wa.gov; ຫຼື
  • ຂຽນໜັງສືຫາ UTC ທີ່ P.O. Box 47250, Olympia, WA 98504.

ຊ່ວຍເຫຼືອກ່ຽວກັບໃບບິນຄ່າພະລັງງານ

ເຮັດການອະນຸລັກແບບວິທີທີ່ງ່າຍດາຍ ແລະ ໂດຍກົງເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍພະລັງງານ. WUTC ໃຫ້ຄໍາແນະນໍາກ່ຽວກັບ ວິທີການອະນຸລັກພະລັງງານ ຢູ່ໃນເຮືອນຂອງທ່ານ. ອາຍແກັສ ແລະ ອຸປະໂພກໄຟຟ້າທີ່ນັກລົງທຶນເປັນເຈົ້າຂອງຫຼາຍແຫ່ງສະເໜີ ໂຄງການອະນຸລັກພະລັງງານໃຫ້ແກ່ລູກຄ້າ. ແຕ່ຫຼາຍໆກໍລະນີ, ການອະນຸລັກການໃຊ້ພະລັງງານແມ່ນບໍ່ພຽງພໍ ທີ່ຈະເຮັດໃຫ້ບັນລຸໄດ້ຕາມຄວາມຄາດຫວັງ.

ຊາວວໍຊິງຕັນຫຼາຍຄົນປະເຊີນກັບສະຖານະການທາງດ້ານການເງິນທີ່ຫຍຸ້ງຍາກ ແລະ ຕ້ອງການຄວາມຊ່ວຍເຫຼືອບາງຢ່າງ. ໂດຍທົ່ວໄປແລ້ວສິ່ງອໍານວຍຄວາມສະດວກຕ່າງໆມີເງິນທຶນເພື່ອຊ່ວຍຫຼຸດຜ່ອນພາລະຂອງໃບບິນຄ່າພະລັງງານປະຈໍາເດືອນໃຫ້ແກ່ລູກຄ້າທີ່ມີລະດັບລາຍຮັບທີ່ເໝາະສົມ. ຕິດຕໍ່ຜູ້ສະໜອງອຸປະໂພກຂອງທ່ານ, ຖ້າຫາກວ່າທ່ານມີຄວາມຫຍຸ້ງຍາກໃນການຈ່າຍຄ່າໄຟຟ້າ ຫຼື ອາຍແກັສທໍາມະຊາດຂອງທ່ານ. ນອກຈາກນັ້ນ, Low Income Home Energy Assistance Program (ໂຄງການຊ່ວຍເຫຼືອດ້ານພະລັງງານໃນຄອບຄົວທີ່ມີລາຍໄດ້ຕໍ່າ)  ຂອງວໍຊິງຕັນ ໃຫ້ການຊ່ວຍເຫຼືອຈາກລັດຖະບານກາງສໍາລັບລູກຄ້າມີລາຍຮັບເໝາະສົມ ແລະ ສອດຄ່ອງກັບເງື່ອນໄຂ. ເວັບໄຊຂອງໂຄງການ Energy Assistance Program ໃຫ້ຂໍ້ມູນກ່ຽວກັບອັດຕາການຊ່ວຍເຫຼືອຕາມແຕ່ລະເຂດເມືອງ, ລວມທັງເທດສະບານ, ການຮ່ວມມື ແລະ ລະບົບອຸປະໂພກ.

ນອກຈາກນັ້ນ, ໂຄງການຮຽກເກັບງົບປະມານຕ່າງໆ ຫຼຸດຜ່ອນພາລະຂອງໃບບິນຄ່າພະລັງງານທີ່ສູງຂຶ້ນໃນລະດູໜາວໂດຍການຄິດຄ່າທໍານຽມຕໍ່ລູກຄ້າປະຈໍາເດືອນໂດຍອີງໃສ່ການນໍາໃຊ້ສະເລ່ຍ.

ການຊ່ວຍເຫຼືອທາງໂທລະສັບ

ໃບບິນຄ່າໂທລະສັບສາມາດເຮັດໃຫ້ສັບສົນໃນເວລາອ່ານ ແລະ ເຂົ້າໃຈຍາກ. ຄູ່ມືແນະນຳໃບບິນໂທລະສັບຂອງທ່ານ ຊ່ວຍອະທິບາຍການບໍລິການ, ຄ່າບໍລິການ, ຄ່າທຳນຽມ ແລະ ພາສີທີ່ທ່ານອາດຈະເຫັນຢູ່ໃນໃບບິນໂທລະສັບຕັ້ງໂຕະຂອງທ່ານ.

ມີໂຄງການ Lifeline Program (ໂຄງການຊ່ວຍຊີວິດ) ສໍາລັບລູກຄ້າທີ່ມີລາຍໄດ້ເໝາະສົມ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງເວັບໄຊ Federal Communications Commission  (FCC, ຄະນະກໍາມະການດ້ານການສື່ສານຂອງລັດຖະບານກາງ).

ຂໍ້ມູນຜູ້ບໍລິໂພກທົ່ວໄປ

Washington Utilities and Transportation Commission (WUTC, ຄະນະກໍາມະການອຸປະໂພກ ແລະ ການຂົນສົ່ງ ລັດວໍຊິງຕັນ) ໃຫ້ແຫຼ່ງຂໍ້ມູນເພີ່ມເຕີມແກ່ຜູ້ບໍລິໂພກຢູ່ໃນ ການເຜີຍແຜ່ຕ່າງໆໃຫ້ຜູ້ບໍລິໂພກ, ຕອບຄໍາຖາມທີ່ມັກຖາມເລື້ອຍໆກ່ຽວກັບບໍລິສັດໄຟຟ້າ, ອາຍແກັສ, ໂທລະສັບ ແລະ ນ້ໍາທີ່ຄວບຄຸມໂດຍ WUTC.

ນອກຈາກນັ້ນ, Federal Communications Commission  (FCC, ຄະນະກໍາມະການດ້ານການສື່ສານຂອງລັດຖະບານກາງ) ໃຫ້ຂໍ້ມູນທີ່ມີຄຸນຄ່າ ແລະ ການຊ່ວຍເຫຼືອລູກຄ້າ. Consumer & Governmental Affairs Bureau (CGB, ຫ້ອງການຄຸ້ມຄອງ ແລະ ດູແລຄວາມສະເໝີພາບແກ່ລູກຄ້າ) ຂອງ FCC ພັດທະນາ ແລະ ປະຕິບັດນະໂຍບາຍຜູ້ບໍລິໂພກຂອງຄະນະກໍາມະການ, ລວມທັງການເຂົ້າເຖິງຄວາມພິການ. CGB ແມ່ນໃບໜ້າຂອງມະຫາຊົນຂອງ FCC ໂດຍຜ່ານການເຜີຍແຜ່ ແລະ ການສຶກສາ, ເຊັ່ນດຽວກັນກັບສູນຜູ້ບໍລິໂພກ, ເຊິ່ງມີຄວາມຮັບຜິດຊອບ ໃນການຕອບສະໜອງຕໍ່ການສອບຖາມ ແລະ ການຮ້ອງທຸກຂອງຜູ້ບໍລິໂພກ.

FCC ມີ​ສິດ​ອຳນາດ​ໃນ​ດ້ານ​ໂທລະ​ຄົມ, ອິນ​ເຕີ​ເນັດ, ວິ​ທະ​ຍຸ, ຈານ​ດາວ​ທຽມ, ໂທລະ​ພາບ ​ແລະ ​ການ​ອອກ​ອາ​ກາດ​ສາຍ​ເຄ​ເບີນ ແລະ ​ການ​ບໍ​ລິ​ການ​ໂທລະ​ສັບ​ມື​ຖື. CGB ຍັງຮັກສາການຮ່ວມມືກັບລັດຖະບານຂອງລັດ, ທ້ອງຖິ່ນ, ແລະ ຊົນເຜົ່າໃນຂົງເຂດທີ່ສໍາຄັນເຊັ່ນ: ການກະກຽມສຸກເສີນ ແລະ ການຈັດຕັ້ງປະຕິບັດເຕັກໂນໂລຊີໃໝ່. ສໍາລັບຂໍ້ມູນເພີ່ມເຕີມ, ກົດ ນີ້.

ຕິດຕໍ່ພວກເຮົາ

ການສອບຖາມ Public Counsel

ໝາຍເຫດ: ໜ່ວຍງານ Public Counsel (ທີ່ປຶກສາມະຫາຊົນ) ຂອງ Washington Attorney General’s Office (ຫ້ອງການໄອຍະການຂອງວໍຊິງຕັນ) ເປັນຕົວແທນໃຫ້ຜູ້ຢູ່ອາໄສ ແລະ ທຸລະກິດຂະໜາດນ້ອຍທີ່ສົນໃຈໃນການຮ້ອງຟ້ອງກ່ຽວກັບສາທາລະນຸປະໂພກກ່ອນ Washington Utilities and Transportation Commission (WUTC, ຄະນະກໍາມະການອຸປະໂພກ ແລະ ການຂົນສົ່ງ ລັດວໍຊິງຕັນ). ມີແຕ່ໂທລະສັບ, ໄຟຟ້າ ແລະ ອາຍແກັສທຳມະ ຊາດທີ່ເປັນຂອງນັກລົງທຶນ ຫຼື ຜູ້ຖືຫຸ້ນເທົ່ານັ້ນທີ່ຖືກຄຸ້ມຄອງໂດຍລັດ ແລະ ສະນັ້ນຈິ່ງກ່ຽວຂ້ອງກັບ Public Counsel, ຫ້ອງການບໍ່ມີສິດອໍານາດໃນການແກ້ໄຂບັນຫາສໍາລັບລູກຄ້າ ສາທາລະນຸປະໂພກທີ່ມະຫາຊົນເປັນເຈົ້າຂອງ (ເຊັ່ນ: Public Utility District (PUD, ອຸປະໂພກມະຫາຊົນຂອງເມືອງ), ການຮ່ວມມື ແລະ ເທດສະບານເຊັ່ນ: Seattle City Light).

ນອກຈາກນີ້, Public Counsel ແມ່ນບໍ່ມີພະນັກງານເພື່ອຕອບສະໜອງຄໍາຮ້ອງທຸກ ຫຼື ການສອບຖາມສ່ວນບຸກຄົນທີ່ມີລັກສະນະສະເພາະ (ເຊັ່ນ: ການບໍລິການສະເພາະ ຫຼື ການຮ້ອງຮຽນການຮຽກເກັບເງິນ). ລູກຄ້າຂອງລະບົບສາທາລະນຸປະໂພກທີ່ມີການຄວບຄຸມຜູ້ທີ່ຕ້ອງການຍື່ນຄໍາຮ້ອງທຸກຄວນຕິດຕໍ່ຫາ WUTC.

ການສອບຖາມທົ່ວໄປກ່ຽວກັບລະບຽບການຂອງລະບົບສາທາລະນຸປະໂພກ ຫຼື ການມີສ່ວນຮ່ວມຂອງ Public Counsel ໃນການດໍາເນີນຄະດີ UTC ສາມາດຖືກສົ່ງໄປຫາ:

Attorney General's Office
Public Counsel Unit
800 Fifth Ave. Suite 2000
Seattle, WA. 98104-3188

ໂທ: (206) 464-7744
ແຟັກ: (206) 464-6451
ອີເມວutility@atg.wa.gov